ວັນທີ 24/03/2023, ທີ່ນະຄອນຫຼວງຮ່າໂນ້ຍ ສະຖານເອກອັກຄະຣາຊາທູດ ກຳປູເຈຍ ປະຈໍາ ສສ ຫວຽດນາມ ໄດ້ຈັດ ພິທີໃຕ້ ທວັນໄຟ ກິລາຊີເກມ ຄັ້ງທີ 32 ແລະ ພາລາເກມ ຄັ້ງທີ 12 ທີ່ຈະຈັດຂື້ນຢູ່ ຣາຊະອານາຈັກກຳປູເຈຍ ໃນເດືອນ ພຶດສະພາ 2023. ພາຍໄຕ້ການເຂົ້າຮ່ວມຂອງບັນດາກະຊວງທະບວງກົມຂອງ ສສ ຫວຽດນາມ ແລະ ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງຕ່າງໆເຂົ້າຮ່ວມພ້ອມທັງນັກກິລາ 300 ຄົນ, ຊຶ່ງການແຫທວນໄຟໄດ້ເລີ່ມຈາກສະຖານທູດກຳປູເຈຍໄປຫາໜອງຫວນກ້ຽມ ( ໜອງເຕົ່າ) ແລະ ກັບຄືນມາສະຖານທູດກຳປູເຈຍ.
ຕອນບ່າຍວັນທີ 17 ມີນາ 2023, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຈັດຕັ້ງການເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງຊາດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເລຂາຄະນະພັກຮາກຖານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໂດຍການເຂົ້າຮ່ວມຮັບຟັງຂອງຄະນະພັກຄະນະນຳສະຖານທູດ, ຫ້ອງການຜູ້ຕາງໜ້າການບິນລາວ, ພະນັກງານ ແລະ ຄອບຄົວພະນັກງານສະຖານທູດ ແລະ ຄະນະໜ່ວຍພັກບັນດາສະຖາບັນ ແລະ ມະຫາວິທະຍາໄລອ້ອມຂ້າງຮ່າໂນ້ຍ ຈຳນວນ 72 ສະຫາຍ.
ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ ປະກອບມີ 3 ເອກະສານ ເຊັ່ນ: ເອກະສານ ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V, ເອກະສານ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ເອກະສານ ວັນແມ່ຍິງສາກົນ ຄົບຮອບ 113 ປີ.
ໃນການເຜີຍແຜ່ເອກະສານຄັ້ງນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເລຂາຄະນະພັກຮາກຖານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ໄດ້ເຜີຍແຜ່ ເອກະສານ ເນື້ອໃນກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດຄັ້ງທີ V, ສະຫາຍ ພັນເອກວົງໄຊ ອິນທະຄຳ, ຮອງເລຂາຄະນະພັກຮາກຖານ ແລະ ສະຫາຍ ຈັນທະພອນ ຄຳມະນີຈັນ ກຳມະການຄະນະພັກຮາກຖານ, ປະທານກວດກາພັກ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຜັດປ່ຽນກັນຂື້ນເຜີຍແຜ່ເອກະສານດັ່ງກ່າວ, ແຕ່ລະສະຫາຍກໍໄດ້ເນັ້ນໃຫ້ສະມາຊິກພັກສະຖານທູດ ແລະ ນັກສຶກສາຈົ່ງພ້ອມກັນຄົ້ນຄວ້າໃຫ້ເຂົ້າໃຈ ແລະ ກຳໄດ້ບັນດາເຫດການ ການເມືອງທີ່ສຳຄັນຂອງພັກ, ຂອງຊາດ ລວມທັງເນື້ອໃນຈິດໃຈຂອງບັນດາເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ເພື່ອເປັນບ່ອນອີງໃນການຝຶກຝົນຫຼໍ່ຫຼອມ ແລະ ປະຕິບັດວຽກງານວິຊາສະເພາະຂອງຕົນ.
ຂ່າວ, ພາບ: ສະຖານທູດລາວທີ່ຮ່າໂນ້ຍ
ຫ້ອງການທີ່ປຶກສາປ້ອງກັນຊາດ ຕາງໜ້າສະຖານທູດລາວ ເຂົ້າອວຍພອນຄະນະອໍານວຍການໂຮງໝໍ 108, ພະແນກ A11, A 16 ເນື່ອງໃນໂອກາດວັນແພດໝໍຫວຽດນາມ, ວັນທີ 28/02/2023