ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 75 ປີ.
ຕິດຕໍ່

Office Hours:

Monday-Friday

08:00AM - 11:30AM

01:30PM - 04:00PM

Address: 40 Quang Trung Str. Tran Hung Dao District, Hoan Kiem, Hanoi.
Phone: + 84 4 39424576

Fax: + 84 4 39422271 / 38228414

E-mail: This email address is being protected from spambots. You need JavaScript enabled to view it.

Visa and Consular Section

Phone: + 84 4 39424576 _ 113

ເຊື່ອມຕໍ່ເວັບໄຊພາຍໃນລາວ
Links
Lao Government
UN
Lao PDR Trade Portal

ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຂົ້າອວຍພອນ ສະຫາຍເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ

ວັນທີ 17 ມີນາ 2023 ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ນະຄອນຫຼວງຮ່າໂນ້ຍ, ຫວຽດນາມ ຄະນະພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ນຳໂດຍ​ ສະຫາຍ ນາງ ຫງວຽນ ທິ ຮ່ວາງ ​ເວີນ (Nguyễn Thị Hoàng Vân), ຮອງຫົວໜ້າຜູ້ປະຈໍາການຄະນະພົວພັນຕ່າງປະເທດສູນກາງພັກກອມ​ມູນິດ​ຫວຽດນາມພ້ອມ​ຄະນະ ໄດ້ເຂົ້າອວຍພອນ​ ​ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ​ ຜູ້​ມີ​ອຳນາດ​ເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ.

bandoingoai681111

 

​ສະຫາຍນາງ ຫງວຽນ ທິ ຮ່ວາງ ​ເວີນ, ຮອງຫົວໜ້າຜູ້ປະຈໍາການຄະນະພົວພັນຕ່າງປະເທດສູນກາງພັກກອມ​ມູນິດ​ຫວຽດນາມ   ​ກໍໄດ້ກ່າວສະແດງຄວາມຊົມ​ເຊີຍ ແລະ ຕີ​ລາຄາ​ສູງ​ຕໍ່​ຜົນງານ​ອັນ​ໃຫຍ່​ຫຼວງ, ຮອບດ້ານ, ​ເລິກ​ເຊິ່ງ​ຕະຫລອດໄລຍະ 68 ປີ ຜ່ານມາພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ທີ່ຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່ ຈົນໄດ້ຮັບໄຊຊະນະເຮັດໃຫ້ສະຖາປະນາ ສປປ ລາວ ໃນປີ 1975 ຢ່າງສະຫງ່າອົງອາດ, ສືບຕໍ່ນຳພາປະຊາຊົນທັງຊາດ ດຳເນີນສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ພິເສດບັນດາໝາກຜົນທີ່ຍາດມາ ຕະຫຼອດໄລຍະກວ່າສາມທົດສະວັດ ພາຍຫຼັງການປະຕິບັດການປ່ຽນແປງ  ໃໝ່. ພ້ອມ​ນັ້ນ, ສະຫາຍນາງ ຫງວຽນ ທິ ຮ່ວາງ ​ເວີນ  ​ຍັງ​ໄດ້ສະແດງຄວາມເອກອ້າງທະນົງໃຈທີ່ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ທີ່ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງທີ່ແສນເຄົາລົບຮັກ ຂອງປະຊາຊົນຫວຽດນາມ ແລະ ລາວ ກໍຄືບັນດາຮຸ້ນການນຳຕ່າງໆຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ ແລະ ຮັກສາໄວ້ໃຫ້ຮຸ້ນຄົນຕໍ່ໄປສືບ​ຕໍ່​ຖະນຸຖະໜອມ​ ໃຫ້​ນັບ​ມື້ຈົ່ງຂຽວສົດງົດງາມໝັ້ນຄົງຂະໜົງແກ່ນຕະຫລອດໄປ.  ​

ໃນ​​ໂອກາດ​ນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກໍໄດ້ກ່າວສະແດງຄວາມຂອບ​ໃຈຢ່າງ​ຈິງ​ໃຈ​ມາ​ຍັງສະຫາຍນາງ ຫງວຽນ ທິ ຮ່ວາງ ​ເວີນ, ຮອງຫົວໜ້າຜູ້ປະຈໍາການຄະນະພົວພັນຕ່າງປະເທດສູນກາງພັກກອມ​ມູນິດ​ຫວຽດນາມ ໄດ້​ນຳພາ​ຄະນະ​ມາ​ອວຍພອນ ​ວັນ​ສ້າງ​ຕັ້ງ​ພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ​ເປັນ​ການ​ເພີ່ມ​ທະວີ​ສາຍພົວພັນມິດຕະພາບອັນ​ຍິ່ງ​ໃຫຍ່, ​ຄວາມ​ສາມັກຄີ​ພິ​ເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ,  ສອງລັດ ແລະ ປະຊາຊົນຂອງສອງປະເທດລາວ - ຫວຽດນາມ, ຫວຽດນາມ - ລາວ. ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕາງໜ້າໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ຍາມໃດກໍໃຫ້ການສະໜັບສະໜູນ, ຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຕະຫຼອດມາ ບໍ່ວ່າຈະຢູ່ສະໄໝຕໍ່ສູ້ຍາດເອົາເອກະລາດ ກໍຄືໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໃນໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ກໍຄືໃນໄລຍະທີ່ ສປປ ລາວ ພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດການ​ເງິນ ພ້ອມທັງໃຫ້ຮູ້ວ່າ: ບັນດາໝາກຜົນທີ່ ສປປ ລາວ ຍາດມາໄດ້ນັ້ນບໍ່ສາມາດຕັດແຍກການສະໜັບສະໜູນ ແລະ ຊ່ວຍເຫຼືອ 2 ພັກ, ລັດ ແລະ ປະຊາຊົນຫວຽດນາມ. ສະຫາຍ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ສະຫາຍ ພ້ອມດ້ວຍພະນັກງານສະຖານທູດທຸກຄົນ ຈະເຮັດສຸດຄວາມສາມາດຂອງຕົນໃນການ​ເປັນ​ຂົວ​ຕໍ່ ​ແລະ ປະສານສົມທົບກັບຄະນະພົວພັນຕ່າງປະເທດສູນກາງພັກ ກໍຄືກະຊວງການຕ່າງປະເທດຫວຽດນາມໃນການເພີ່ມພູນຄູນສ້າງສາຍພົວພັນມິມິດຕະພາບອັນ​ຍິ່ງ​ໃຫຍ່, ​ຄວາມ​ສາມັກຄີ​ພິ​ເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ,  ສອງລັດ ແລະ ປະຊາຊົນຂອງສອງປະເທດລາວ - ຫວຽດນາມ, ຫວຽດນາມ - ລາວ ໃຫ້ຈະເລີນຫງອກງາມຂຶ້ນໄປເລື້ອຍໆ. ໂດຍສະເພາະການປະສານສົມທົບເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຕ່າງໆ​ກ່ຽວ​ກັບການຮ່ວມມືຂອງສອງພັກ, ສອງລັດໃຫ້ມີປະສິດທິຜົນ ເພື່ອນຳເອົາຜົນປະໂຫຍດທີ່ແທດຈິງສູ່ປະຊາຊົນສອງຊາດລາວ-ຫວຽດນາມ.

ນອກຈາກນີ້, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ໄລຍະທີ່ຜ່ານມາ ພິເສດໃນປີ 2022, ສອງຝ່າຍໄດ້ຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອພ້ອມກັນສະເຫຼີມສະຫຼອງສອງປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ທີ່ເຕັມໄປດ້ວຍບັນຍາກາດ ແລະ ເນື້ອໃນອຸດົມສົມບູນ.

ຂ່າວ, ພາບ: ສະຖານທູດ​ລາວ​ທີ່​ຮ່າ​ໂນ້ຍ

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ​ຢ້ຽມຢາມ ​ແລະ ເຮັດວຽກຢູ່ ແຂວງລາຍເຈົາ

ວັນທີ 10 ມີນາ 2023 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ​ແລະ ຄະນະ ໄດ້ເດີນ ທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາຍເຈົາ, ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ​ເຈີ່ນ ຕ່ຽນ ຢູ່ງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການ ປະຊາຊົນ ແຂວງລາຍ​ເຈົາ (ເຈົ້າແຂວງ) ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ທີ່ສະຫາຍ ເອກອັກຄະລັດຖະທູດ ພ້ອມພັນລະຍາ ​ແລະ  ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາຍເຈົາ. 

laichau

laichau1111

laichuau 222

​​ໂອກາດ​ນີ້ສະຫາຍ ສະຫາຍ ​ເຈີ່ນ ຕ່ຽນ ຢູ່ງ ກໍໄດ້ລາຍງານ​ກ່ຽວກັບຄວາມເປັນມາ ຂອງແຂວງ ຊຶ່ງແຂວງລາຍເຈົາໄດ້ຮັບການສ້າງຕັ້ງ ແລະ ແຍກຕົວອອກເປັນທາງການນັບແຕ່ປີ 2004 ເປັນຕົົ້ນມາ (ກ່ອນໜ້ານີ້ແຂວງລາຍເຈົາ ແລະ ແຂວງດຽນບຽນ ເປັນແຂວງດຽວມີຊື່ວ່າແຂວງລາຍເຈົາທີ່ມີສຳນັກຕັ້ງຢູ່ເມືອງໄລ ທີ່ຂຶ້ນກັບແຂວງດຽນບຽນໃນປັດຈຸບັນ) ລວມທັງແຈ້ງໂດຍຫຍໍ້​ກ່ຽວ​ກັບສະພາບລວມຂອງແຂວງນັບທັງສະພາບ​ການພັດທະນາເສດຖະກິດສັງຄົມຂອງແຂວງໃນໄລຍະຜ່ານມາ ກໍຄືໝາກຜົນການພົວພັນ ຮ່ວມມືກັບ ສປປ ລາວ,  ໂດຍສະເພາະແຂວງລາຍ​ເຈົາໄດ້​ແຮກສຽວກັບ 3 ​ແຂວງພາກເໜືອ​ຄື: ​ແຂວງອຸດົມໄຊ, ​ແຂວງ​ຫຼວງພະບາງ ​ແລະ ​ແຂວງຜົ້ງສາລີ. ​ພ້ອມທັງແຈ້ງໃຫ້ຊາບກ່ຽວກັບການສ້າງຊັບພະຍາກອນມະນຸດໃຫ້ແກ່ 3 ​ແຂວງດັ່ງກ່າວໃນໄລຍະຜ່ານມາ.  ແຂວງລາຍເຈົາປະກອບດ້ວຍ 3 ເຜົາໃຫຍ່ຄື: ເຜົ່າໄຕກວມ 38%, ເຜົ່າມົ້ງ 32%, ເຜົ່າກິງ 30 % ສະຫາຍ​​ເຈົ້າແຂວງຍັງໃຫ້ຄວາມເຊື່ອໝັ້ນວ່າໃນໄລຍະທີ່​ສະຫາຍ​ເອກ​ອັກຄະ​ລັດຖະທູດ​ມາດຳລົງຕຳແໜງຢູ່ ສສ ຫວຽດນາມ​ຈະເປັນຂົວຕໍ່ໃນການປະສານງານລະຫວ່າງ​ສອງ​ປະເທດເວົ້າລວມ, ​ເວົ້າສະເພາະແມ່ນແຂວງລາຍເຈົາ ແລະ ບັນດາແຂວງພາກເໜືອຂອງລາວ​.

ອ່ານເພີ່ມເຕີມ... 

ສະຖານທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງນັກສຶກສາລາວ ສົກຮຽນ 2020-2021, 2021-2022 ແລະ ທິດທາງແຜນການ ສົກຮຽນ 2022-2023 ທີ່ ແຂວງເຫງະອານ

ສະຖານທູດແຫ່ງ ສປປລາວ ປະຈໍາ ສສ ຫວຽດນາມ ຈັດກອງປະຊຸມສະຫຼຸບວຽກງານການ ຄຸ້ມຄອງ ນັກສຶກສາລາວ  ສົກຮຽນ 2020-2021, 2021-2022 ແລະ ທິດທາງແຜນການ ສົກຮຽນ 2022-2023 ທີ່ມະຫາວິທະຍາໄລວິງ ແຂວງ ເຫງະອານ, ໂດຍການເປັນປະທານຂອງທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ມີທ່ານ ປອ. ຄຳພັນ  ຄຳອ່ອນ, ທີ່ປຶກສາຝ່າຍ ສຶກສາ - ວັດທະນະທຳ, ມີຜູ້ຮັບຜິດຊອບ ວຽກງານສຶກສາຈາກສະຖານກົງສູນໃຫຍ່ນະຄອນດານັ່ງ ແລະ ນະຄອນໂຮ່ຈີມິນ ພ້ອມດ້ວຍພະນັກງານ ສະຖານທູດ ມີບັນດາພະນັກງານຄູອາຈານ, ນັກສຶກສາລາວທີ່ມະຫາວິທະຍາໄລວິງ ພ້ອມດ້ວຍ ແຂກຖືກເຊີນ ຈາກກະຊວງສຶກສາທິການ ແລະ  ກິລາ ຂອງລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ, ບັນດາຜູ້ຕາງໜ້າຈາກສະຖາບັນການສຶກສາໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

tongket111
ທ່ານ ປອ. ຄຳພັນ  ຄຳອ່ອນ, ທີ່ປຶກສາຝ່າຍ ສຶກສາ - ວັດທະນະທຳ ໄດ້ລາຍງານຫຍໍ້ ກ່ຽວກັບການ ຄຸ້ມຄອງ ນັກສຶກສາລາວ  ສົກຮຽນ 2020-2021, 2021-2022 ແລະ ທິດທາງແຜນການ ສົກຮຽນ 2022-2023 :  ສົກຮຽນ 2021-2022 ມີນັກສຶກສາລາວ ລວມທັງໝົດ 14,050 ຄົນ (ຍິງ 4,344 ຄົນ), ໃນນັ້ນ ສາຍປົກຄອງ 11,884ຄົນ (ຍິງ 4,023 ຄົນ), ສາຍ ປກສ ແລະ ປກຊ ຈໍານວນ 2,166 ຄົນ (ຍິງ 321 ຄົນ), ມີທຶນລັດຖະບານ: 4,838 ຄົນ, ທຶນຮ່ວມມືລະ ຫວ່າງແຂວງ:  5,480 ຄົນ,  ທຶນບໍລິສັດ:12 ຄົນ,  ທຶນສ່ວນຕົວ: 3,720 ຄົນ. ນັກສຶກສາ ທີ່ຮຽນຈົບກັບຄືນ ປະເທດ ລວມທັງໝົດ 2,151 ຄົນ.

tongket222

tongket333

ດ້ານວຽກງານການຈັດຕັ້ງຄຸ້ມຄອງ: ບັນດາສະຖານສຶກສາ ລ້ວນແຕ່ມີພະນັກງານຄຸ້ມຄອງ ຮັບຜິດຊອບນັກສຶກສາລາວໄດ້ປະສານສົມທົບກັບສະຖານທູດລາວຢ່າງຕໍ່ເນື່ອງ, ນອກຈາກນັ້ນຍັງໄດ້ ຈັດຕັ້ງຄະນະນັກສຶກສາລາວ, ຄະນະໜ່ວຍພັກ ແລະ ຄະນະຂອງສາມອົງການຈັດຕັ້ງມະຫາຊົນ, ຈັດຕັ້ງ ຄະນະນັກສຶກສາລາວທົ່ວຮ່າໂນ້ຍເພື່ອເປັນເສນາທິການໃນການພົວພັນວຽກງານນໍາທາງໂຮງຮຽນ ແລະ ສະຖານທູດລາວ, ພ້ອມທັງໄດ້ສະຫຼຸບສ່ອງແສງລາຍງານ ສະພາບການເຄື່ອນໄຫວ ຂອງນັກສຶກສາ ໃຫ້ແກ່ໂຮງຮຽນ ແລະ ສະຖານທູດລາວ.

ດ້ານການສຶກສາຮ່ຳຮຽນ:  ໃນສອງສົກຮຽນທີ່ຜ່ານມາ, ນັກສຶກສາລາວ ໄດ້ຮັບໃບຍ້ອງຍໍ ດີເດັ່ນດ້ານການຮຽນ ປະເພດ 1 ຈໍານວນ 143 ຄົນ, ຍິງ 70 ຄົນ;  ເດັ່ນການຮຽນປະເພດ 2 ຈໍານວນ 224 ຄົນ, ຍິງ 75 ຄົນ ຈາກ ທ່ານເອກອັກຄະລັດຖະທູດລາວ, ນອກນັ້ນມີນັກສຶກສາລາວ ເພດຍິງ 01 ຄົນ ໄດ້ຮັບໃບຍ້ອງຍໍຈາກສະພາຟີຊິກຫວຽດນາມ, ຍ້ອນຜູ້ກ່ຽວ ໄດ້ລາງວັນທີ 01 ໃນການ ແຂ່ງຂັນ ວິຊາ ຟີຊິກ ທົ່ວປະເທດຫວຽດນາມ ຄັ້ງທີ 14.

tongket444

tongket555

ຈາກນັ້ນ, ຄະນະຜູ້ແທນຮ່ວມກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກ 2 ກະຊວງສຶກສາ, ຜູ້ຕ່າງໜ້າ ບັນດາມະຫາວິທະຍາໄລ ແລະ ສະຖາບັນຕ່າງໆ ພ້ອມກັນປຶກສາຫາລື ແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງນັກສຶກສາລາວໂດຍຍົກໃຫ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງຂອງ ນັກສຶກສາລາວ ເພື່ອ ພ້ອມກັນຄົ້ນຄວ້າ ຊອກຫາຊ່ອງທາງ ແລະ ວິທີໄກ້ໄຂໃນການສ້າງບຸກຄະລາກອນ ຂອງລາວ ໃຫ້ມີຄຸນນະພາບດີຂື້ນ.

ໂອກາດນີ້, ທ່ານ ແສງເພັດ  ຮຸ່ງບຸນຍວງ,  ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳສສ ຫວຽດນາມ ໄດ້ມີຄຳເຫັນພ້ອມທັງຕີລາຄາສູງຕໍ່ກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຄັ້ງນີ້ໄຂຂຶ້ນ ໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຫາກໍສໍາເລັດໃນການຈັດກິດຈະກໍາຢ່າງຄຶກຄື້ນ ເພື່ອສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມໃນໂອກາດລະນຶກ   60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນ ການທູດ (05/09/1962-05/09/2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18/07/1977-18/07/2022).    

ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດຍັງໄດ້ຕີລາຄາສູງ ຕໍ່ໝາກຜົນແຫ່ງການຮ່ວມມື ໃນການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ຂອງພັກ, ລັດຖະບານ ສສ ຫວຽດນາມ ກໍຄືກະຊວງສຶກສາ ແລະ ກໍ່ສ້າງ, ບັນດາສະຖານສຶກສາ ຫວຽດນາມ ຍາມໃດກໍໄດ້ຍົກສູງ ຄວາມເປັນເຈົ້າການໃນການ ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ອັນມີກຽດຂອງຕົນ ດ້ວຍຄວາມຮັບ ຜິດຊອບສູງ ຊຶ່ງສອງສົກຮຽນຜ່ານມານີ້ ໄດ້ມີນັກສຶກສາລາວຈໍານວນຫຼາຍພໍສົມຄວນ ທີ່ຮຽນຈົບ ກັບຄືນ ປະເທດ ສາມາດນໍາໃຊ້ຄວາມຮູ້, ຄວາມສາມາດຂອງຕົນປະກອບສ່ວນເຂົ້າໃນການປະຕິບັດ ໜ້າທີ່ ວິຊາສະເພາະ ໃນຫຼາຍຂະແໜງການ ຢ່າງມີປະສິດທິພາບ.

ເຖີງຢ່າງໃດກໍຕາມ ສົກຮຽນ 2022-2023 ນີ້ ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງ ມາຍັງບັນດາທ່ານ ຜູ້ຮັບຜິດຊອບກໍ່ສ້າງ - ຄຸ້ມຄອງນັກສຶກສາລາວ ແລະ ຜູ້ແທນ ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນ ຊອກຫາວິທີການໄກ້ໄຂບັນຫາຂໍ້ຄົງຄ້າງເພື່ອສຶກສາອົບຮົມ ແລະ ກໍ່ສ້າງຊັບພະຍາກອນ ມະນຸດໃຫ້ແກ່ ສປປ ລາວ ນັບມື້ມີຄຸນນະພາບສູງຂຶ້ນ. 

ກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາລາວ ຜູ້ທີ່ມີຜົນງານຮຽນດີ, ຮຽນເກັ່ງ ໃນສອງ ສົກຮຽນຜ່ານມາອີກດ້ວຍ.

ຂ່າວ, ພາບ: ສະຖານທູດລາວທີ່ຮ່າໂນ້ຍ, ສສ ຫວຽດນາມ